35.7 C
Bangkok
Friday, March 29, 2024

ທຶນຮຽນທີ່ປະເທດຈີນ Sino-British College Shanghai (SBC)

Sino-British College Shanghai (SBC) ສ້າງຕັ້ງຂຶ້ນໃນປີ 2006
ໂດຍການຮ່ວມມືກັນກັບມະຫາວິທະຍາໄລShanghai for Science and Technology (USST) ກັບມະຫາວິທະຍາໄລຊັ້ນນຳອີກ 9 ແຫ່ງ ຂອງ ລາດຊະອານາຈັກ ອັງກິດ ຄື Sheffield Hallam University, Liverpool John Moores University, University of Bradford, University of Hudderfield, University of Salford Manchester, Manchester Metropolitan University, Leeds Beckett University, University of Leeds and The University of Sheffield.
ເລີ່ມຮັບນັກຮຽນຕ່າງຊາດຕັ້ງແຕ່ ປີ 2009 ຈົນເຖິງປະຈຸບັນມີນັກຮຽນຕ່າງຊາດຮຽນຢູ່ທີ SBC ຫຼາຍກວ່າกว่า 40 ສັນຊາດແລະຫຼາຍກວ່າ 400 ຄົນ
ຂໍດີຂອງການຮຽນທີ່ SBC
• ການຮຽນການສອນທີ່ SBCຈະເປັນພາສາອັງກິດທັງໝົດ
• ອາຈານຜູ້ສອນມາຈາກມະຫາວິທະຍາໄລຊັ້ນນຳຂອງໂລກ
• ຫຼັກສູດການຮຽນການສອນເປັນຫຼັກສູດຈີນທີ່ປະສົມກັບຫຼັກສູດຈາກປະເທດອັງກິດທີ່ດີທີ່ສຸດ
• ນັກຮຽນຢູ່ໃນສະພາບແວດລ້ອມທີ່ດີແລະ SBC ຊ່ວຍເຫຼືອໃຫ້ນັກຮຽນໄດ້ເຂົ້າເຮັດວຽກລະດັບນານາຊາດ
• ທີ່ຕັ້ງຂອງມະຫາວິທະຍາໄລຢູ່ໃຈກາງເມືອງຊຽງໄຮ້ ເຊິ່ງສະດວກສະບາຍທີ່ຈະຍ່າງໄປສະຖານທີ່ຕ່າງໆອ້ອມຂ້າງເມືອງຊຽງໄຮ້
• ມີການສອນພາສາຈີນ Class 4 ຊົ່ວໂມງຟຣີທຸກໆອາທິດ
• ມີໂປຮແກຮມທີ່ສາມາດຮຽນທີ່ SBC 2 ປີ ແລ້ວໄປຮຽນຕໍ່ທີ່ປະເທດອັງກິດອີກ 2 ປີເພື່ອຈົບຫຼັກສູດໄດ້
• Guarantee 100% ທີ່ຈະສາມາດໄປເຂົ້າຮຽນກັບມະຫາວິທະຍາໄລທັງ 9 ແຫ່ງທີ່ເປັນສ່ວນລວມກັບ SBC ໄດ້ເຊັ່ນ Sheffield Hallam University, University of Leeds, Manchester Metropolitan University.

• ສາມາດຈົບຫຼັກສູດປະລິນຍາຂອງປະເທດອັງກິດ ທີ່ຊຽງໄຮ້ໄດ້
•ມີກິດຈະກຳຂອງນັກສຶກສາຮ່ວມກັນທີ່ມະຫາວິທະຍາໄລແລະທີ່ພັກຂອງນັກສຶກສາ
• SBC ຊ່ວຍໃຫ້ໂອກາດໃຫ້ຝຶກງານ ແລະ ຊ່ວຍເຫຼືອນັກສຶກສາເລື່ອງການຮຽນການສອນຢ່າງເຕັມທີ

• ນັກຮຽນແລະນັກສຶກສາທີ່ຈົບຈາກ SBC ແລະມະຫາວິທະຍາໄລທີ່ຮ່ວມມືກັບ UK ມີໂອກາດໄດ້ເຂົ້າເຮັດວຽກທີ່ບໍລິສັດຊັ້ນນຳສູງ ເຊັ່ນ Walt Disney, HP computer, Unilever, Porsche, siemens, Huawai, etc.
• ທີ່ພັກທີ່ປອດໄພ, ສະອາດ, ສະພາບແວດລ້ອມດີສຳລັບນັກຮຽນນັກສຶກສາ
• ລາຄາຄ່າຮຽນແມ່ນຖືກກວ່າຮຽນທີ່ UK ເກືອບເຄີ່ງແຕ່ໄດ້ UK degree ຄືກັນ
Scholarships ທຶນຮຽນທີ່ SBC
• Early Application Scholarship (ທຶນຮຽນຖ້າເກີດສະໝັກກ່ອນ ວັນທີ 31/3/2017)
CNY 10,000 = 50,245.7 THB. ທຶນຮຽນທີ່ SBC ໃຫ້ຖ້າເກີດສະໝັກກ່ອນ ວັນທີ່ 31ມີນາ 2560 ໂດຍໃຫ້ເຖິງ 10,000 ຢວນ ຫຼື ປະມານ 50,245.70 ບາດ
• Friends and Family Scholarship 10% discount
ເປັນທຶນສ່ວນຫຼຸດ 10% ຖ້ານັກຮຽນນັກສຶກສາທີ່ຮຽນຢູ່ທີ່ SBC ແນະນຳໝູ່ໃຫ້ມາຮຽນທີ່ນີ້ ແລະ ຖ້ານັກຮຽນນັກສຶກສາທີ່ມີພີ່ນ້ອງມາຮຽນທີ່ SBC ພີ່ນ້ອງຈະໄດ້ຫຼຸດຄ່າຮຽນ 10% ເຊັ່ນກັນ
• High Achiever’s Scholarship CNY20,000 = 100,491THB (31/5/2017)
ທຶນສຳລັບນັກຮຽນດີແລະເກຣດດີໃນລະດັບທີ່ SBC ກຳນົດໄວ້ຈະໄດ້ທຶນຮຽນເຖິງ 20,000 ຢວນ ຫຼື ປະມານ 100,491 ບາດ ຈຳກັດຈຳນວນ 200 ຄົນ ແຕ່ຕ້ອງສະໝັກກ່ອນວັນທີ່ 31 ພຶດສະພາ 2560
• Principal’s Outstanding Scholarship CNY40,000= 200,983 THB(31/5/2017)
ທຶນສຳລັບນັກຮຽນທີ່ມີຄວາມໂດດເດັ່ນໂດຍຈະໄດ້ທຶນຮຽນເຖິງ 40,000 ຢວນ ຫຼື ປະມານ 200,983 ບາດ ຈຳກັດຈຳນວນ 2 ຄົນ ແຕ່ຕ້ອງສະໝັກກ່ອນວັນທີ່ 31 ພຶດສະພາ 2560
• ແລະຍັງມີທຶນອີກຫຼາຍຢ່າງຈາກມະຫາວິທະຍາໄລທີ່ UK ທີ່ໄດ້ຮ່ວມມີກັບ SBC

ສາມາດສອບຖາມຂໍ້ມູນເພີ່ມຕື່ມໄດ້ທີ່ info@studyplus-education.com

www.studyplus-education.com

 

 

 

Lists

Related Articles

LEAVE A REPLY

Please enter your comment!
Please enter your name here

Latest Articles