28.4 C
Bangkok
Friday, March 29, 2024

British Ambassador in Grand Opening Ceremony ຮູບພາບ Study Plus International Scholarships and Education Seminar ທຶນການສຶກສາ ໃນຕ່າງປະເທດ ທີ່ຫ້ອງປະຊຸມສະໂມສອນໃຫຍ່ ມຊ. ພິທີໄດ້ຈັດຂຶ້ນທີ່ຫ້ອງປະຊຸມສະໂມສອນໃຫຍ່ ມຊ. ໂດຍເປັນກຽດເຂົ້າຮ່ວມຂອງທ່ານ H.E Hugh D. Evans ເອກອັກຄະລາຖະທູດ ລາຊະອານາຈັກອັງກິດ ປະຈຳລາວ

 

ຮູບພາບໃນຕອນເຊົ້າ ວັນທີ 10 ກຸມພາ 2017 ນີ້, ບໍລິສັດ Study Plus ໄດ້ຈັດງານເຜີຍແຜ່ທຶນການສຶກສາຕໍໍ່ຕ່າງປະເທດ, ພິທີໄດ້ຈັດຂຶ້ນທີ່ຫ້ອງປະຊຸມສະໂມສອນໃຫຍ່ ມຊ. ໂດຍເປັນກຽດເຂົ້າຮ່ວມຂອງທ່ານ H.E Hugh D. Evans ເອກອັກຄະລາຖະທູດ ລາຊະອານາຈັກອັງກິດ ປະຈຳລາວ, ທ່ານ ນາງ ບຸນສົດ ໂພທິສານ ຮອງຫົວໜ້າຫ້ອງການພົວພັນຕ່າງປະເທດ, ມີບັນດາແຂກທີຖືກເຊີນ ພະນັກງານ, ຄູ-ອາຈານ, ນັກສຶກສາ ຈາກ ມະຫາວິທະຍາໄລແຫ່ງຊາດ ແລະນ້ອງນັກຮຽນຈາກ ໂຮງຮຽນມັດທະຍົມສົມບູນສາທິດເຂົ້າຮ່ວມ.

ຈຸດປະສົງຂອງການຈັດງານຄັ້ງນີ້ ກໍເພື່ອເປັນການເຜີຍແຜ່ຂໍ້ມູນ ກ່ຽວກັບການໄປສຶກສາຕໍ່ຕ່າງປະເທດໃນ ລະດັບປະລິນຍາຕີ, ປະລິນຍາໂທ ແລະປະລິນຍາເອກ ເຊິ່ງພາຍໃນງານຍັງໄດ້ກໃຫ້ລາຍລະອຽດ ໃນການກຽມຕົວກ່ອນທີ່ຈະຢື່ນຟອມ ຂໍທຶນໄປສຶກສາຕໍ່ຕ່າງປະເທດ ເຊິ່ງປະກອບດ້ວຍ ຄະແນນໄອແອລ, ໃບປະກາດ(ຈົບມັດທະຍົມ, ປະລິນຍາຕີ). ພ້ອມດຽວກັນ ໃນພິທີຍັງມີການພັດປ່ຽນກັນຂຶ້ນບັນຍາຍ ກ່ຽວກັບການສຶກສາຢູ່ໃນແຕ່ລະປະເທດ ຈາກຜູ້ໃຫ້ທຶນການສຶກສາທັງໝົດ 16 ປະເທດເຊັ່ນ: United Kingdom, Philippine, India, Poland, USA, Australia ແລະ ສະຖາບັນ Sprachcaffe and Scholarship. ສຳລັບທຶນການສຶກສາທີ່ໄດ້ບັນຍາຍໃນງານຄັ້ງນີ້ ປະກອບມີທຶນແບ່ງຈ່າຍ ແລະທຶນຈາກລັດຖະບານຊ່ວຍເຫຼືອລ້າ, ຖ້າຫາກວ່ານັກສຶກສາ ຫຼືຄູ-ອາຈານ ທີ່ສົນໃຈຢາກຮຽນຕໍ່ກໍສາມາດສອບຖາມຂໍ້ມູນໄດ້ທີ ເວັບໄຊ www.studyplus-education.com

ที่มา http://www.nuol.edu.la

http://www.nuol.edu.la/index.php/2013-02-12-02-23-55/959-%E0%BA%9A%E0%BB%8D%E0%BA%A5%E0%BA%B4%E0%BA%AA%E0%BA%B1%E0%BA%94-study-plus-%E0%BB%80%E0%BA%9C%E0%BA%B5%E0%BA%8D%E0%BB%81%E0%BA%9C%E0%BB%88%E0%BA%97%E0%BA%B6%E0%BA%99%E0%BA%AA%E0%BA%B6%E0%BA%81%E0%BA%AA%E0%BA%B2%E0%BA%95%E0%BB%8D%E0%BB%8D%E0%BB%88%E0%BA%95%E0%BB%88%E0%BA%B2%E0%BA%87%E0%BA%9B%E0%BA%B0%E0%BB%80%E0%BA%97%E0%BA%94.html

 

ເວລາ 8.30-17.30

ເວລາ ຫົວຂໍ້
8.30-9.00 ລົງທະບຽນ ເຂົ້າງານ ພ້ອມມອບຂອງທີ່ລະນຶກ
9.00-9.30 ລະບົບການສຶກສາ ແລະ ທຶນການສຶກສາ ໂດຍໜ່ວຍງານລັດຖະບານ ປະເທດ ອົດສະຕາລີ
9.30-10.00 ລະບົບການສຶກສາ ແລະ ທຶນການສຶກສາ ໂດຍໜ່ວຍງານລັດຖະບານ ປະເທດຟີລິບປິນ
10.00-10.30 ລະບົບການສຶກສາ ແລະ ທຶນການສຶກສາ ໂດຍໜ່ວຍງານລັດຖະບານ ປະເທດ ອັງກິດ
10.30-11.00 ລະບົບການສຶກສາ ແລະ ທຶນການສຶກສາ ໂດຍໜ່ວຍງານລັດຖະບານ ປະເທດ ສະຫະລັດອາເມລິກາ
11.00-11.30 ລະບົບການສຶກສາ ແລະ ທຶນການສຶກສາ ໂດຍໜ່ວຍງານ BU
11.30-12.00 ລະບົບການສຶກສາ ແລະ ທຶນການສຶກສາ ໂດຍໜ່ວຍງານລັດຖະບານ ປະເທດ ອິນເດຍ

ຈັບສະຫຼາກມອບລາງວັນ ຄ່າຮຽນພາສາ ຟຣີ 1 ເດືອນ ປະເທດ ອົດສະຕາລີ Canterbury  ແລະ ລາງວັນຕ່າງໆ

12.00-13.00  ການສຶກສາພາສາອັງກິດໃນປະເທດຝຣັ່ງ, ສະເປນ, ອັງກິດ, ເຢຍລະມັນ, ອາເມລິກາ, ອິຕາລີ,ໂມຣອກໂຄ, ມອລຕ້າ ແລະທຶນການສຶກສາ ໂດຍຕົວແທນຈາກສະຖາບັນ ສະປຣາກຄາເຟ່ ແລະ ທຶນການສຶກສາ
13.00-13.30 ລະບົບການສຶກສາ ແລະ ທຶນການສຶກສາ ສຳລັບນັກຮຽນ ຊັ້ນມັດທະຍົມ ໂດຍໜ່ວຍງານລັດຖະບານ ປະເທດ ສະຫະລັດອາເມລິກາ ສໍາລັບນັກຮຽນ ມັດທະຍົມແລະພໍ່ແມ່
13.30-14.00 ລະບົບການສຶກສາ ແລະ ທຶນການສຶກສາ ໂດຍໜ່ວຍງານລັດຖະບານ ປະເທດຟີລິບປິນ  ສໍາລັບນັກຮຽນ ມັດທະຍົມແລະພໍ່ແມ່
14.00-14.30 ໂຮງຮຽນປະເທດ ການສຶກສາແລະທຶນການສຶກສາ  ສໍາລັບນັກຮຽນ ມັດທະຍົມແລະພໍ່ແມ່
ຈັບສະຫຼາກມອບລາງວັນ ຄ່າຮຽນພາສາ ຟຣີ 1 ເດືອນ ປະເທດ ອົດສະຕາລີ Canterbury  ແລະ ລາງວັນຕ່າງໆ
14.30-15.00 ໂຮງຮຽນປະເທດສິງກະໂປ ການສຶກສາ ຮຽນພາສາ, ມັດທະຍົມ ແລະ Summer Camp
ປະລິນຍາຕີ / Diploma ໂດຍ Zesprion and SSTC  ສໍາລັບນັກຮຽນ ມັດທະຍົມແລະພໍ່ແມ່
15.00-15.30 ລະບົບການສຶກສາ ແລະ ທຶນການສຶກສາ ໂດຍໜ່ວຍງານລັດຖະບານ ປະເທດ ອິນເດຍ  ສໍາລັບນັກຮຽນ ມັດທະຍົມແລະພໍ່ແມ່
15.30-16.00 Southern Cross University, Australia : Top 100 Young University ໂດຍຕົວແທນຈາກສະຖາບັນ ປະເທດອົດສະຕາລີ ມະຫາວິທະຍາໄລ
16.00-16.30 ການສຶກສາພາສາອັງກິດໃນປະເທດຝຣັ່ງ, ສະເປນ, ອັງກິດ, ເຢຍລະມັນ, ອາເມລິກາ, ອິຕາລີ,ໂມຣອກໂຄ, ມອລຕ້າ ແລະທຶນການສຶກສາ ໂດຍຕົວແທນຈາກສະຖາບັນ ສະປຣາກຄາເຟ່ ແລະ ທຶນການສຶກສາ
16.30-17.00 ລະບົບ ການສຶກສາ ແລະ ທຶນການສຶກສາ : ມະຫາວິທະຍາໄລ Top 50 US Public University
USA University and Scholarships  ໂດຍຕົວແທນຈາກ ລັດຖະບານປະເທດ ສະຫະລັດອາເມລິກາ
17.00-17.30 Canterbury Education Group, Australia and Scholarships / University of Southern Queensland: Sydney ໂດຍຕົວແທນຈາກ ສະຖາບັນ ປະເທດອົດສະຕາລີ
17.30-18.00 ຈັບສະຫຼາກມອບລາງວັນ ຄ່າຮຽນພາສາ ຟຣີ 1 ເດືອນ ປະເທດ ອົດສະຕາລີ Canterbury ແລະ ລາງວັນຕ່າງໆ

ນັກສຶກສາ ພໍ່ແມ່ ປະຊາຊົນທົ່ວໄປ ສາມາດເວົ້າທຶນການສຶກສາ ຮຽນຕໍ່ຕ່າງປະເທດ ເປັນບຸກຄົນ ເວລາ 8.30-17.30 ໃນງານທີ່​ບູດ Booth ແຕ່ລະປະເທດ

ລົງທະບຽນໃນງານ ລຸນທຶນການສຶກສາ ຄ່າຮຽນພາສາ ຟຣີ 1 ເດືອນ 3 ທຶນ ແລະ ລາງວັນຕ່າງໆ

ນອກຈາກນັ້ນ ການສໍາມະນາການສຶກສາ ຮຽນຕໍ່ຕ່າງປະເທດ ດັ່ງຂ້າງລຸ່ມນີ້ບໍ່ ພາດໂອກາດ ເກດນ້ອຍ ສາມາດສະຫມັກໄດ້
ຊ່ວຍກັນ share ຂໍ້ມູນທີ່ດີນີ້ ຂອບໃຈຫຼາຍໆ

Tel: 02095894508 , 02095894470
LINE: studyplus.laos2
WhatsApp ເຈົ້າຂອງ  +66864167060

www.studyplus-education.com

Lists

Related Articles

LEAVE A REPLY

Please enter your comment!
Please enter your name here

Latest Articles